ລົງຕິດຕາມແຜນຮັບແຂກຂອງຫໍພິພິທະພັນ ປກສ

ໃນວັນທີ
11
ມີນາ
2021
ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ ໄດ້ລົງພົບປະໂອ້ລົມຄະນະຮັບຜິດຊອບແຜນການຮັບແຂກເຂົ້າຊົມຫໍພິພິທະພັນ
ປກສ ທີ່ຈະສະເຫຼີມສະຫຼອງວັນສ້າງ
ຕັ້ງກຳລັງ ປກສ ຄົບຮອບ
60
ປີ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ບັບລຸຕາມລະດັບຄາດໝາຍທີ່ວາງໄວ້,
ໃຫ້ກຽດ
ຕ້ອນຮັບໂດຍ ພົຈວ ປອ ມາລາ ວິລະຈິດ ຫົວຫນ້າກົມຄົ້ນຄວ້າວິທະຍາສາດ
ແລະ ປະຫວັດສາດ ພ້ອມຄະນະ.
ພົຈວ
ປອ ມາລາ ວິລະຈິດ ໃຫ້ຮູ້ວ່າ: ປັດຈຸບັນ ຫໍພິພິຕະພັນ ປກສ ໄດ້ກະກຽມຄວາມພ້ອມດ້ານຮູບພາບ
ແລະ ວັດຖຸພັນມີຄວາມພ້ອມ100%
ເຊິ່ງຈະຈັດວາງສະແດງຮູບພາບທັງໝົດ
541
ແຜ່ນ,
ວັດຖຸພັນ ແລະ ເຄື່ອງ
ສິນເສິກຕ່າງໆ
1.000
ກວ່າລາຍການ,ການວາງສະແດງແບ່ງອອກເປັນ
9
ພາກ, ມີ
1
ພາກສະແດງກາງແຈ້ງ ແລະ
8
ພາກສະແດງພາຍໃນ ເຊິ່ງເນື້ອໃນຕົ້ນຕໍແມ່ນເວົ້າເຖິງການກຳເນີດເກີດ
ແລະ ຄວາມເປັນມາຂອງກະຊວງ ປກສ
,ວຽກງານສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບການກໍ່ສ້າງກຳລັງ
ປກສ ໄປສູ່ແບບທັນສະໄໝ,
ການຈັດຕັ້ງ
ເຊື່ອມຊຶມມະຕິຕ່າງໆຂອງພັກ,ກອງປະຊຸມອົງຄະນະພັກ,ກອງປະຊຸມປະຈຳປີ,
ວຽກງານກໍ່ສ້າງກຳລັງ,ວຽກງານປົກປັກ
ຮັກສາຄວາມສະຫງົບ
ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍທາງສັງຄົມ,
ການເຄື່ອນໄຫວວຽກງານ ປກສ ຢູ່ບັນດາ ປກສ ແຂວງ,
ປກສ ເມືອງ ໃນທົ່ວປະເທດ,ການພົວພັນຮ່ວມມືກັບຕ່າງປະເທດ,
ຜົນງານ ແລະ ການຍ້ອງຍໍຈາກພັກ-ລັດຖະບານຕໍ່ກຳລັງ ປກສ ຕະຫຼອດໄລຍະ
60
ປີ.
ໃນໂອກາດດັ່ງກ່າວ
ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ
ພາຍຫຼັງສຳເລັດການກະກຽມ
ໃຫ້ອອກແຈ້ງການເຊີນເອົາບັນດາກະຊວງ,ອົງການ,ກຳລັງປະກອບອາວຸດ,
ສະຖາບັນການສຶກສາ,ໂຮງຮຽນຕ່າງໆ
ເຂົ້າ
ຊົມເພື່ອໂຄສະນາເຜີຍແຜ່ຜົນງານໄຊຊະນະ
ກໍ່ຄືທາດແທ້, ມູນເຊື້ອຂອງກຳລັງ ປກສ ໃຫ້ສັງຄົມໄດ້ຮັບຮູ້ ແລະ
ເຂົ້າ
ໃຈຕໍ່ວຽກງານ ປກສ ເພື່ອຍົກໃຫ້ເຫັນການເຕີບໃຫ່ຍຂະຫຍາຍຕົວໃນແຕ່ລະໄລຍະ
ແລະ ບົດບາດໜ້າທີ່ຂອງກຳລັງ ປກສ ໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ
ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງ
ສັງຄົມ.
|