ໂຮງພິມໂຊກພາໄຊ ມອບຄອມພິວເຕີ ໃຫ້ກົມສື່ມວນຊົນ ປກສ

ໂຮງພິມໂຊກພາໄຊ ຈໍາກັດ ໄດ້ມອບຄອມພິວເຕີຕັ້ງໂຕະຈໍານວນ
2 ຊຸດ ແລະ ປິ່ນເຕີ 1 ເຄື່ອງ ມອບໃຫ້ ກົມສື່ມວນຊົນ
ກົມໃຫຍ່ການເມືອງ ກະຊວງ ປກສ ລວມມູນຄ່າ 6.497.000 ກີບ
ຕາງໜ້າມອບໂດຍ ທ່ານ ແກ້ວຕາ ອິນທິສານ ຮອງອຳນວຍການ ໂຮງພິມໂຊກພາໄຊ
ຈໍາກັດ ຮັບໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່
ມວນຊົນ
ປກສ, ມີຄະນະທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 4 ທັນວາ 2020.
ທ່ານ ແກ້ວຕາ ອິນທິສານ ກ່າວວ່າ:
ການທີ່ນຳເອົາຄອມພິວເຕີຕັ້ງໂຕະ ແລະ ປິນເຕີມອບໃຫ້ກົມສື່ມວນ
ຊົນໃນຄັ້ງນີກໍເຫັນໄດ້ເຖິງຄວາມຂາດເຂີນອຸປະກອບຮັບໃຊ້ເຂົ້າໃນວຽກງານ
ວິຊາສະເພາະຂອງກົມ ດັ່ງນັ້ນ ທາງໂຮງ
ພິມໂຊກພາໄຊ
ຈໍາກັດ ຈຶ່ງໄດ້ຄົ້ນຄວ້າ ແລະ
ນຳເອົາງົບຂອງໂຮງພິມຊື້ຄອມຈໍານວນດັ່ງກ່າວມາມອບໃຫ້ ເພື່ອເປັນ
ການປະກອບສ່ວນຂອງໂຮງພິມເຂົ້າໃນວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ
ເວົ້າລວມ ເວົ້າສະ
ເພາະຂອງກົມສື່ມວນຊົນ ປກສ ແລະ
ຫວັງວ່າເຄື່ອງຈໍານວນດັ່ງກ່າວນີ້ໄດ້ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດ
ປະໂຫຍດຫຼາຍທີ່ສຸດ.
ໂອກາດດຽວກັນ, ພັອ ເພີນຄໍາ ແສງດາລາ
ກໍໄດ້ມອບໃບຊົມເຊີຍໃຫ້ແກ່ໂຮງພິມໂຊກພາໄຊ ຈໍາກັດ ແລະ
ອວຍພອນໄຊອັນປະເສີດໃຫ້ຄະນະອຳນວຍການ ແລະ
ພະນັກງານທຸກສະຫາຍໃນໂຮງພິມຈົ່ງມີສຸຂະພາບແຂງແຮງ,
ມີຜົນສຳເລັດໃນກິດຈະການ ແລະ ໜ້າທີ່ວຽກງານຄອມພິວເຕີ ແລະ
ປິນເຕີດັ່ງກ່າວນີ້ທີ່ໂຮງພິມມອບໃຫ້ນັ້ນພວກ
ເຮົາຈະນຳໄປບັນຈຸໃຫ້ກອງບັນນາທິການວາລະສານ ເພື່ອນຳໃຊ້ເຂົ້າໃນການຈັດໜ້າ.
|