
ກໍາລັງກະຊວງປ້ອງກັນຄວາມສະຫງົບ
ທຸກເຫຼົ່າຮົບທີ່ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ
ຢູ່ບັນດາຈຸດຕ່າງໆ
ໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ
XI
ຂອງພັກປະຊາຊົນ
ປະຕິວັດລາວ ສາມາດຮັບປະກັນໄດ້ຄວາມສະຫງົບ-ປອດໄພ
ແລະ ຄວາມເປັນລະ ບຽບຮຽບຮ້ອຍຮອບດ້ານ ລວມທັງຫ້ອງປະຊຸມ
ໃຫຍ່ ແລະ ອ້ອມຮອບຫໍປະຊຸມແຫ່ງຊາດ.
ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ
ຫົວໜ້າອະນຸກໍາມະການປ້ອງກັນກອງ
ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ
XI
ຂອງພັກປະຊຊົນ ປະຕິວັດລາວ ໃຫ້ສໍາພາດໃນວັນທີ
15
ມັງກອນ
2021
ວ່າ:
ຕະຫຼອດໄລຍະການກະກຽມ ແລະ
ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ ທີ
XI
ຂອງພັກປະຊາຊົນ ປະຕິວັດລາວ ກໍາລັງກະຊວງປ້ອງກັນຄວາມສະຫງົບ
ທຸກເຫຼົ່າຮົບ ເວົ້າລວມເວົ້າສະເພາະກໍແມ່ນກໍາລັງປ້ອງກັນສູນ
ກາງ,
ກໍາລັງປ້ອງກັນທີ່ຕັ້ງ,
ກໍາລັງປ້ອງກັນເຄື່ອນທີ່,
ກໍາລັງສັນຕິບານ,
ກໍາລັງຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາ
ວິຊາສະເພາະ ແລະ ກໍາລັງສະກັດກັ້ນ ແລະ ຕ້ານອັກຄີໄພ
ກໍໄດ້ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນເວນຍາມປະຕູເຂົ້າ-ອອກ,
ລາຕະເວນທັງດ້ານໃນ ແລະ ອ້ອມຮອບຫໍປະຊຸມ,
ກວດກາ-ເອັກກະເລລົດ,
ກວດກາທາດລະເບີດ ໂດຍແບ່ງ ອອກ
ເປັນ
3
ຈຸດປ້ອງກັນໃຫຍ່ ເຊິ່ງໄດ້ນໍາໃຊ້ກໍາລັງປ້ອງກັນວິຊາສະເພາະຫຼາຍຮ້ອຍສະຫາຍ,
ພາຫະນະ-ອຸປະກອນ
ແລະ ໝາວິຊາສະເພາະ
ຈໍານວນ
10
ໂຕ ເພື່ອເຮັດໜ້າທີ່ສໍາຫຼວດ-ກວດກາເກັບກໍາສະພາບການທີ່ອາດຈະເກີດຂຶ້ນ.
ໃນ
ນັ້ນ,
ຜ່ານການຈັດ ຕັ້ງປະຕິບັດຕະຫຼອດໄລຍະຜ່ານມາເຫັນໄດ້ວ່າສະພາບການແມ່ນມີຄວາມສະຫງົບ-ປອດໄພ
100%.
ຢ່າງໃດກໍຕາມ,
ນອກຈາກຈະນໍາໃຊ້ກໍາລັງຂອງກະຊວງປ້ອງ
ກັນຄວາມສະຫງົບເຂົ້າໃນວຽກງານປ້ອງກັນແລ້ວ
ຍັງໄດ້ປະສານສົມທົບກັບກໍາລັງກະຊວງປ້ອງກັນປະເທດ
ອອກເຄື່ອນໄຫວລາດຕະເວນນັບທັງພາກພື້ນດິນ ແລະ ທາງອາກາດ ເພື່ອສໍາຫຼວດກວດກາຕາມຂອບເຂດຊາຍ
ແດນ,
ຈຸດຫໍ່ຼແຫຼມທີ່ມີຄວາມສ່ຽງຕ່າງໆ;
ພ້ອມນີ້,
ຍັງມີກໍາລັງ ປກຊ-ປກສບ້ານ
ແລະ ພໍ່-ແມ່ປະຊາຊົນ
ກໍໄດ້ປະກອບສ່ວນເປັນຫູເປັນຕູ-ປ້ອງກັນເວນຍາມພາຍໃນບ້ານຂອງຕົນ
ໃຫ້ຢູ່ໃນສະພາບປົກກະຕິດີຫຼີກລ່ຽງບັນຫາທີ່ກໍ່ໃຫ້ເກີດຄວາມວຸ້ນວາຍສັບສົນ.
ຄຽງຄູ່ດຽວກັນ,
ກໍາລັງຂອງຕໍາຫຼວ
ດຈະລາຈອນ ກໍເປັນກໍາລັງໜຶ່ງທີ່ສໍາຄັນ ໂດຍເຮັດໜ້າທີ່ອໍານວຍຄວາມສະດວກຕາມສາຍທາງ
ແລະ ກວດກາລົດ
ທີ່ເຂົ້າ-ອອກເມືອງ
ເພື່ອຮັບປະກັນໃຫ້ແຂກຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ
ສະດວກສະບາຍໃນການເດີນ ທາງໄປ-ມາ
ລະຫວ່າງທີ່ພັກ ຫາ ຫໍປະຊຸມ
ພ້ອມທັງຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນອີກດ້ວຍ.
|