ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ

ໜ່ວຍສະຫະພັນແມ່ຍິງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ
512) ກະຊວງ ປກສ ໄດ້ປາຖະ
ກະຖາວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ
ຄົບຮອບ 53 ປີ ( 9 ມັງກອນ 1966-9 ມັງກອນ 2019 ), ເຂົ້າຮ່ວມມີ
ພັອ ມາລາ ວິລະຈິດ ຫົວໜ້າກົມ 512 ພ້ອມດ້ວຍຫົວໜ້າ-ຮອງໜ່ວຍແມ່ຍິງ,
ສະມາຊິກແມ່
ຍິງເຂົ້າຮ່ວມ.
ພັທ ນາງ ເພັດສະຫວັນ ຈັນທະວົງ ຄະນະພັກກົມ ທີ່ປຶກສາໜ່ວຍແມ່ຍິງກົມ
512 ປາຖະກະຖາວ່າ: ເພື່ອນໍາ
ພາຂະບວນການຕໍ່ສູ້ປະຕິວັດລາວ,
ພັກຖືວ່າແມ່ຍິງ ແມ່ນເປັນກໍາລັງໜຶ່ງທີ່ສໍາຄັນ ແລະ
ກວມຈໍານວນກວ່າເຄິ່ງໜຶ່ງຂອງ
ພົນລະເມືອງລາວໃນທົ່ວປະເທດ,
ເປັນກໍາລັງແຮງອັນໃຫຍ່ຫຼວງ ໃນທຸກຂົງເຂດວຽກງານ, ເປັນກໍາລັງແຮງພິເສດໃນການ
ຜະລິດກໍາລັງແຮງງານ,
ແມ່ຍິງມີຖານະທີ່ຕັ້ງອັນສໍາຄັນຍິ່ງໃນຄອບຄົວ,
ມີຄຸນປະໂຫຍດຕັດສິນຕໍ່ພາລະກິດຂອງລູກ ແລະ ຜົວ. ດັ່ງນັ້ນ
ພັກໄດ້ວາງແນວທາງນະໂຍບາຍກ່ຽວກັບການປົດປ່ອຍແມ່ຍິງ, ໃນການປະຕິບັດແນວທາງດັ່ງກ່າວພັກ
ໄດ້
ວາງແນວທາງນະໂຍບາຍອອກມາວ່າ
ຂົນຂວາຍແມ່ຍິງດ້ວຍຄວາມໝັ້ນໜຽວ,
ທົນທານໃຫ້ເຂົາເຈົ້າຕັ້ງໜ້າເຂົ້າຮ່ວມໃນ
ການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ
ແລະ ພວກສັກດີນາ
ດ້ວຍບັນດາຮູບການ ແລະ ມີພິບໄຫວແທດກັບແຕ່ລະ
ໄລຍະການຫັນປ່ຽນຂອງການປະຕິວັດສິດສະເໝີພາບຍິງ
-
ຊາຍເທື່ອລະກ້າວ.
ພາຍຫຼັງໄດ້ມີການຫັນປ່ຽນການປະຕິວັດ,
ວຽກງານແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນໍາ-ນໍາພາ
ໂດຍ
ກົງຂອງພັກປະຊາຊົນລາວ,
ການຈັດຕັ້ງສະມາຄົມແມ່ຍິງ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງຢູ່ໃນຂະແໜງການຕ່າງໆ,
ດັ່ງນັ້ນ ຢູ່ໃນຂົງເຂດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າລວມ,
ເວົ້າສະເພາະພາຍຫຼັງທີ່ກໍາລັງປ້ອງກັນ
ຄວາມສະຫງົບປະຊາຊົນ
ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ເມສາ 1961 ໂດຍແມ່ນຫ້ອງການ
ປ້ອງກັນຄວາມສະ
ຫງົບສູນກາງ
ເຊິ່ງແມ່ນກົງຈັກການຈັດຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃນໄລຍະນັ້ນ.
ມາຮອດວັນທີ 1 ພຶດສະພາ 1965 ຫ້ອງການປ້ອງກັນຄວາມສະຫງົບສູນກາງ ໄດ້ແຍກອອກຈາກຄະນະຈັດຕັ້ງສູນກາງ
ແລະ ປ່ຽນຊື່ມາ
ເປັນຫ້ອງການສັນຕິລາດສູນກາງ.
ດັ່ງນັ້ນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໂດຍສະ
ເພາະໃນການຈັດຕັ້ງສະມາຄົມແມ່ຍິງ.
ມາຮອດວັນທີ 9 ມັງກອນ 1966 ສະມາຄົມແມ່ຍິງ
ປ້ອງກັນຄວາມສະຫງົບ
ສູນກາງ (ສະຫະພັນແມ່ຍິງກຳລັງ ປກສ ໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນຢູ່ທີ່ບ້ານນາໄກ່
ເມືອງວຽງໄຊ ແຂວງ
ຫົວ
ພັນ ເຊິ່ງເບື້ອງຕົ້ນເອີ້ນແມ່ຍິງສັນຕິລາດສູນກາງ
ຂຶ້ນກັບໜ່ວຍແມ່ຍິງຫ້ອງການແນວລາວສ້າງຊາດ ໂດຍແມ່ນທ່ານ ນາງ ຜາລີ
ອິນດາວົງ ເປັນຫົວໜ້າ ແລະ ທ່ານ ນາງຈັນທອນ ເປັນຮອງ ແລະ ມີສະມາຊິກ
5 ສະຫາຍ ພາຍຫຼັງທີ່ຈຸແມ່ຍິງ
ຫ້ອງສັນຕິລາດສູນກາງ
ໄດ້ຮັບການສ້າງຕັ້ງຂຶ້ນກໍ່ໄດ້ມີການຈັດຕັ້ງເຄື່ອນໄຫວປຸກລະດົມ,
ຂົນຂວາຍເອື້ອຍ-ນ້ອງແມ່ຍິງ
ລາວບັນດາເຜົ່າຜູ້ມີເງື່ອນໄຂອອກສູ່ສະໜາມຮົບຕໍ່ສູ້ປະຈັນບານກັບສັດຕູໂດຍກົງ,
ປ້ອງກັນເບິ່ງແຍງ-ຮັບໃຊ້ການນໍາ ແລະ
ການລົງປ້ອງກັນຄວາມສະຫງົບປະຊາຊົນ, ນອກນັ້ນ
ຍັງໄດ້ນໍາພາເອື້ອຍ-ນ້ອງແມ່ຍິງເຮັດວຽກງານແນວຫຼັງພາຍໃຕ້ຄໍາ
ຂວັນທີ່ວ່າ:“ທຸກສິ່ງຢ່າງເພື່ອແນວໜ້າ,ທຸກສິ່ງຢ່າງເພື່ອຕີເອົາຊະນະສັດຕູ”. |