
ໃນທ້າຍອາທິດທີ່ຜ່ານມາ,
ກອງບັນຊາການ
ປກສ
ແຂວງ
ຈຳປາສັກ
ໄດ້ປະກາດເລື່ອນຊັ້ນໃຫ້ນາຍ
ແລະ
ພົນຕໍາ
ຫຼວດທີ່ມີຜົນງານດີເດັ່ນ,
ຄົບມາດຖານເງື່ອນໄຂຕາມລະບຽບ,
ກົດໝາຍກໍາລັງປ້ອງກັນຄວາມສະຫງົບ,
ປະດັບຊັ້ນ
ໂດຍ
ພັອ
ຖາວອນ
ບຸນກອງພິມ
ຫົວໜ້າກອງບັນຊາການ
ປກສ
ແຂວງຈຳປາສັກ,
ມີຄະນະພັກ-ຄະນະບັນຊາຈາກ
ຫ້ອງ,
ປກສ
ເມືອງ,
ນະຄອນ,
ກອງພັນ,
ໂຮງຮຽນ,
ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ
ເຂົ້າຮ່ວມ.
ໃນພິທີ,
ພັທ
ເກດແກ້ວ
ບຸນສະຫວັດ
ຮອງຫົວໜ້າຫ້ອງ
ການເມືອງ
ປກສ
ຜ່ານຂໍ້ຕົກ
ລົງຂອງລັດຖະມົນຕີ
ກະຊວງ
ປກສ,
ຂໍ້ຕົກລົງຂອງກົມໃຫຍ່
ການເມືອງ
ວ່າດ້ວຍການເລື່ອນ
ຊັ້ນໃຫ້ນາຍຕຳຫຼວດຢູ່ແຂວງຈຳ
ປາສັກ
ຈໍານວນ
84
ສະຫາຍ
ຍິງ
7
ສະຫາຍ.
ໃນນັ້ນ,
ເລື່ອນຊັ້ນ
ພັນຕີ
ຂຶ້ນ
ພັນໂທ
16
ສະຫາຍ,
ຮ້ອຍເອກ
ຂຶ້ນ
ພັນຕີ
11
ສະຫາຍ,
ຮ້ອຍໂທ
ຂຶ້ນ
ຮ້ອຍເອກ
35
ສະຫາຍ
ຍິງ
4
ສະຫາຍ,
ຮ້ອຍຕີ
ຂຶ້ນ
ຮ້ອຍໂທ
12
ສະຫາຍ
ຍິງ
1
ສະຫາຍ,
ວາທີ
ຂຶ້ນ
ຮ້ອຍຕີ
4
ສະຫາຍ,
ສິບເອກ
ຂຶ້ນ
ວາທີ
3
ສະຫາຍ
ຍິງ
2
ສະຫາຍ,
ສິບໂທ
ຂຶ້ນ
ສິບເອກ
1
ສະຫາຍ,
ສິບຕີ
ຂຶ້ນ
ສິບໂທ
2
ສະຫາຍ.
ຕອນທ້າຍພິທີ,
ພັອ
ຖາວອນ
ບຸນກອງພິມ
ໄດ້ສະແດງຄວາມ
ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່
ໄດ້ຮັບການ
ເລື່ອນຊັ້ນໃນຄັ້ງນີ້,
ເຊິ່ງສະແດງໃຫ້ເຫັນໃນການ
ຈັດຕັ້ງປະຕິບັດໜ້າທີ່ວຽກງານ
ແລະ
ໄດ້ຮັບຜົນສຳເລັດຕາມການ
ມອບໝາຍ.
ພ້ອມນັ້ນ,
ທ່ານຍັງ
ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ືອນຊັ້ນໃນຄັ້ງນີ້
ຈົ່ງພ້ອມກັນເພີ່ມ
ທະວີຄວາມຮັບຜິດຊອບໃຫ້ສູງ,
ສືບຕໍ່ຈັດຕັ້ງປະຕິບັດ
ໜ້າທີ່ວຽກງານໃຫ້ມີຜົນສຳເລັດຕາມທີ່ພັກ-ລັດ
ແລະ
ປະຊາ
ຊົນມອບໝາຍໃຫ້.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:
ໃນວັນດຽວກັນ,
ກອງບັນຊາການ
ປກສ
ແຂວງຈຳປາສັກ
ຍັງໄດ້
ຈັດພິທີມອບ
ໃບຍ້ອງຍໍໃຫ້ຄະນະຮັບຜິດຊອບຄູຝຶກ
ແລະ
ນັກກິລາບານເຕະ
ປກສ
ແຂວງ
ຈຳປາສັກ
ທີ່ໄດ້ມີສ່ວນຮ່ວມໃນ
ການສົ່ງນັກກິລາບານເຕະ
ປກສ
ແຂວງ
ເຂົ້າຮ່ວມປະສົມທີມນັກ
ກິລາບານເຕະຂອງແຂວງຈຳປາສັກ
ເຂົ້າຮ່ວມການ
ແຂ່ງຂັນຢູ່ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດຂໍ່າ
ນັບຮັບຕ້ອນ
ວັນຊາດທີ
2
ທັນວາ
ຄົບຮອບ
45
ປີ
ພ້ອມ
ທັງໄດ້ຮັບ
ຂັນລາງວັນຊະນະເລີດທົ່ວປະເທດນຳອີກ
ເຊິ່ງມີທັງໝົດ
32
ສະຫາຍ,
ໂດຍການມອບໃບຍ້ອງຍໍຂອງ
ພັອ
ຖາວອນບຸນກອງພິມ.
|