3
ພາກສ່ວນປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ



ກົມໃຫຍ່ຕໍາຫຼວດ, ກົມກວດກາ-ກວດການ ແລະ ກົມສື່ສານ
ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນ ໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ
ແລະ ຄົບມາດຖານເງື່ອນໄຂ ໃນ
ວັນທີ 3 ທັນວາ 2020 ປະດັບຊັ້ນໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ
ຫົວໜ້າກົມໃຫຍ່ຕໍາຫຼວດ, ພົຈວ ຄໍາຜາສິດ ບົງມູນທອງ
ຫົວໜ້າກົມກວດກາ-ກວດການ ແລະ ພັອ ແສງປະເສີດ ສຸທຳມະວົງ
ຫົວໜ້າກົມສື່ສານ.
ກົມໃຫຍ່ຕໍາຫຼວດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຈໍານວນ 44
ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ຈໍານວນ 13 ສະຫາຍ,
ຮ້ອຍເອກ ຂຶ້ນ ພັນຕີ 6 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 15 ສະຫາຍ.
ກົມກວດກາ-ກວດການ ປະກາດເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ
4 ສະຫາຍ.
ກົມສື່ສານ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຈໍານວນ 5 ສະຫາຍ; ໃນນີ້,
ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 4 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ
1 ສະຫາຍ.
|