
ເພື່ອຮັບປະກັນເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ຄັ້ງທີ
XI
ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນ
ມໍ່ໆນີ້ມີຄວາມສະຫງົບ-ປອດໄພ
ແລະ ເປັນລະບຽບຮຽບຮ້ອຍຢ່າງຮອບດ້ານ;
ໃນວັນທີ
10
ມັງກອນ
2021,
ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ
ທັງເປັນຮອງຫົວໜ້າອະນຸກຳມະການປ້ອງກັນກອງ ປະຊຸມ
ໃຫຍ່ຜູ້ແທນທົ່ວປະເທດ
ຄັ້ງທີ
XI
ຂອງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະໄດ້ລົງຊີ້ນຳ ແລະ ຕິດຕາມ-ກວດກາຄວາມພ້ອມຂອງກຳລັງປ້ອງກັນ
ຄວາມສະຫງົບຢູ່ຫໍປະຊຸມແຫ່ງຊາດ.
ໂອກາດນີ້,
ພົວຈ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າ ກົມໃຫຍ່ຕຳຫຼວດ ຫົວໜ້າຈຸດ
ປ້ອງກັນຫໍປະຊຸມ
ແຫ່ງຊາດ
ໄດ້ລາຍງານສະພາບຄວາມພ້ອມ
ຂອງກຳລັງປ້ອງກັນຢູ່ຈຸດດັ່ງກ່າວລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ
ໃຫ້ທ່ານຮອງລັດຖະມົນຕີ
ໄດ້ຮັບຊາບ,ພ້ອມນີ້
ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກໍໄດ້ສະ ແດງຄວາມຊົມເຊີຍ
ຕໍ່ການກຽມຄວາມພ້ອມໃນທຸກດ້ານຂອງກຳລັງປ້ອງກັນ,
ພ້ອມທັງໃຫ້ກຳລັງໃຈ ແລະ ເນັ້ນໜັກໃຫ້ກຳລັງປ້ອງກັນ
ທຸກສະຫາຍຈົ່ງເພີ່ມທະວີ ຄວາມຮັບຜິດຊອບ,
ສຸມໃສ່ປະຕິ ບັດໜ້າທີ່ຢ່າງຕັ້ງໜ້າ,
ເຂັ້ມງວດ
ໃນການຕິດຕາມ-ກວດ
ກາສະພາບ
ການຕ່າງໆທີ່ອາດຈະເກີດຂຶ້ນ,
ຈັດຕັ້ງກໍາລັງອອກກວດກາລາດຕະເວນຕະຫຼອດ
24
ຊົ່ວໂມງ ເພື່ອຮັບ
ປະກັນໃຫ້ພື້ນທີ່ຫໍປະຊຸມມີຄວາມປອດໄພ,
ນອກນັ້ນ,
ກໍເພື່ອແນໃສ່ເຮັດໃຫ້ໄລຍະການກະກຽມ ແລະ ໄລຍະດຳ
ເນີນກອງປະຊຸມໃຫຍ່ທີ່ຈະມາເຖິງນີ້ດຳເນີນໄປຢ່າງມີຜົນສຳເລັດຈົບງາມ
ແລະ ຮັກສາໄດ້ຄວາມສະຫງົບ-ປອດໄພ
ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ.
ໃນວັນດຽວກັນ,
ພົຕ ປອ ທອງເຫຼັກ ມັງໜໍ່ເມກ ພ້ອມ ດ້ວຍຄະນະຍັງໄດ້ລົງຊີ້ນຳການ
ຕິດຕາມ-ກວດກາ
ແລະ ໃຫ້ກຳລັງໃຈກຳລັງປ້ອງກັນຢູ່ຈຸດສຳຄັນຕ່າງໆໃນທົ່ວນະຄອນຫຼວງວຽງ
ຈັນຕື່ມອີກຫຼາຍຈຸດ ແລະ ມາເຖິງປັດຈຸບັນ
ນີ້,
ກຳລັງປ້ອງກັນຄວາມສະຫງົບໃນຂົງເຂດທົ່ວປະເທດ ແມ່ນໄດ້ເຂົ້າປະຈຳການຢູ່ຈຸດສຳຄັນຕ່າງໆ
ແລະ ມີຄວາມ
ພ້ອມ
100%
ໂດຍໄດ້ຈັດຕັ້ງກຳລັງເຂົ້າ ປະຈຳການຕະຫຼອດ
24
ຊົ່ວໂມງ ຢ່າງແໜ້ນໜາ,
ຮັດກຸມ ແລະ ເຂັ້ມງວດ
ທຸກພື້ນທີ່ ເພື່ອເຮັດໃຫ້ ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມສະຫງົບ ແລະ
ປອດໄພຕາມຄາດໝາຍ.
|