
ການແຂ່ງຂັນກິລາເຕະບານຊີງຂັນທ່ານຜູ້ປະຈໍາການຄະນະເລຂາທິການສູນກາງພັກ
ຮອງປະທານປະເທດແຫ່ງ
ສປປ
ລາວປະຈໍາປີ
2020
ຮອບຊີງຊະນະເລີດ
ລະຫວ່າງ
ທີມນັກກິລາຊາວ
ໜຸ່ມກະຊວງ
ປກສ
ພົບກັບທີມນັກກິລາ
ຊາວໜຸ່ມກະຊວງສຶກສາ
ທິການ
ແລະ
ກິລາ
ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ
18
ທັນວາ
2020
ທີ່ເດີນບານ
ລ້ານຊ້າງ
ບ້ານໜອງໄຮ
ເມືອງຫາດຊາຍຟອງ
ນະຄອນຫຼວງວຽງຈັນ
ທ່າມກາງກອງເຊຍທັງສອງຝ່າຍຢ່າງໜາແໜ້ນ
ຈົບການແຂ່ງຂັນເປັນຝ່າຍທີມ
ປກສ
ຄວ້າແຊັມໄປຄອງດ້ວຍຜົນ
3-2
ປະຕູ.
ການແຂ່ງຂັນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນທາມກາງກອງເຊຍຮ້ອງເຮຢູ່ຂອບສະໜາມ,
ເຊິ່ງທັງ
2
ທີມໄດ້ພັດປ່ຽນກັນບຸກກັນຮັບ,ເປັນຝ່າຍທີມຊາວໜຸ່ມ
ປກສ
ໄດ້ປະຕູຂຶ້ນນຳກ່ອນ
ໃນນາທີ
ທີ່
3
ດ້ວຍການຍິງ
ປະຕູຂອງ
ສຸທາທອນ
ຂຸນບົວລິນ,
ຕໍ່ມາທີມ
ປກສ
ໄດ້ປະຕູຂຶ້ນນຳອີກໃນນາທີ
ທີ່
13.
ຈາກນັ້ນທັງສອງທີມກໍຫຼິ້ນ
ເກມບຸກໃສ່ກັນຢ່າງເຕັມທີ່ຈົບເວລາຂອງການແຂ່ງຂັນຜົນປະກົດວ່າ:
ທີມນັກກິລາຊາວໜຸ່ມກະຊວງ
ປກສ
ເອົາຊະນະ
ທີມນັກກິລາ
ຊາວໜຸ່ມກະຊວງສຶກສາ
ທິການ
ແລະ
ກິລາ
ດ້ວຍຜົນຄະ
ແນນ
3-2
ປະຕູ.
ສໍາລັບຂອງລາງວັນຊະນະເລີດທີມນັກກິລາຊາວໜຸ່ມກະຊວງປກສ
ໄດ້ຮັບຂັນລາງວັນ
1
ໜ່ວຍພ້ອມເງິນສົດ
ຈໍານວນ
12.000.000
ກີບ
ແລະ
ຫຼຽນໃຫ້ຄູຝຶກ-ນັກກິລາ
30
ຫຼຽນ
ພ້ອມໃບຍ້ອງຍໍ,
ອັນດັບທີ
2
ທີມນັກກິລາ
ຊາວໜຸ່ມກະຊວງສຶສາທິການ
ແລະ
ກິລາ
ໄດ້ຮັບເງິນສົດ
ຈໍານວນ
9.000.000
ກີບ
ແລະ
ຫຼຽນໃຫ້ຄູຝຶກ-ນັກກິລາ
30
ຫຼ່ຽນ
ພ້ອມໃບຍ້ອງຍໍ,
ອັນດັບທີ
3
ທີມນັກກິລາຊາວໜຸ່ມທະນາຄານແຫ່ງ
ສປປ
ລາວ
ໄດ້ຮັບເງິນສົດ
7.000. 000
ກີບ
ແລະ
ຫຼຽນ
ໃຫ້ຄູຝຶກ-ນັກກິລາ
30
ຫຼຽນ
ພ້ອມໃບຍ້ອງຍໍແລະ
ອັນອັບທີ
4
ທີມຊາວໜຸ່ມ
ກະຊວງສາທາລະນະສຸກ
ໄດ້ຮັບເງິນສົດ
ຈໍານວນ
5.000.000
ກີບ
ແລະ
ຫຼຽນໃຫ້ຄູຝຶກ-ນັກກິ
ລາ
30
ຫຼຽນ
ພ້ອມໃບຍ້ອງຍໍໃຫ້ກຽດມອບຂັນລາງວັນ
ໂດຍ
ທ່ານອາລຸນໄຊ
ສູນນະລາດ
ເລຂາຄະນະບໍລິຫານງານຊາວໜຸ່ມ
ປະ
ຊາຊົນ
ປະຕິວັດລາວ.
ທ່ານ
ບຸນຕາ
ເທບພະວົງ
ຮອງເລຂາຄະນະບລິຫານງານ
ສຊປລ,
ປະທານຈັດງານແຂ່ງຂັນ
ກ່າວວ່າ:
ການຈັດ
ງານການແຂ່ງຂັນຄັ້ງນີ້,
ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ
ແລະ
ເປັນການສະເຫຼີມສະຫຼອງວັນສໍາຄັນ
ຂອງຊາດຄື:
ວັນຊາດທີ
2
ທັນວາ
ຄົບຮອບ
45
ປີ
(2
ທັນວາ
1975-2
ທັນວາ
2020),
ວັນຄ້າຍວັນເກີດປະທານ
ໄກສອນ
ພົມ
ວິຫານ
ຄົບຮອບ
100
ປີ
(13
ທັນວາ
1920-13
ທັນວາ
2020)
ແລະ
ຍັງເປັນການສ້າງຜົນງານ
ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ
ຄັ້ງທີ
VIII
ແລະ
ກອງປະຊຸມໃຫຍ່
ຄັ້ງທີ
XI
ຂອງພັກ
ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້,
ນອກນີ້;
ຍັງເປັນການເຕົ້າໂຮມຄວມສາມັກຄີ
ລະຫວ່າງ
ຄະນະບໍລິຫານງານພັກກະຊວງ,
ອົງການ,
ພ້ອມດ້ວຍຄະນະຊາວໜຸ່ມ
ແລະ
ສະມາຊິກຊາວ
ໜຸ່ມບັນດາກະຊວງ,
ອົງການ,
ນະຄອນຫຼວງ
ໄດ້ມີໂອກາດ
ພົບປະຮັດແໜ້ນຄວາມສາມັກຄີ,
ສ້າງມິດຕະພາບຫຼາຍຂຶ້ນ,
ທັງເປັນການສົ່ງເສີມສຸຂະພາບຂອງສະມາຊິກຊາວໜຸ່ມ,
ພະນັກງານ-ລັດຖະກອນ
ໃຫ້ມີຄວາມແຂງແຮງກຽມ
ພ້ອມປະຕິບັດໜ້າທີ່ການເມືອງຂອງຕົນ
ໃຫ້ມີຄວາມສໍາເລັດ
ພ້ອມກັນສ້າງການຫັນປ່ຽນຢ່າງ
ຮອບດ້ານເພື່ອພັດທະນາປະເທດ
ຊາດ.
|