
ຄະນະບໍລະຫານງານຊາວໜຸ່ມກະຊວງ
ປກສ
ໄດ້ຈັດພິທີ
ແຂ່ງຂັນກິລາຍິງປືນສັ້ນຊີງຂັນ
ທ່ານລັດຖະມົນຕີ
ກະຊວງປ້ອງກັນຄວາມຫງົບ,
ໃນວັນທີ
11
ທັນວາ
2020
ໂດຍມີ
ພົຈວ
ຄໍາ
ສາຍ
ຈັນທະວົງ
ຮອງຫົວໜ້າກົມ
ໃຫຍ່ການເມືອງ
ປກສ,
ທ່ານ
ອາລຸນໄຊ
ສູນນະລາດ
ຄະນະບໍລິຫານງານສູນກາງ
ຊປປລ,
ມີບັນດາຄະນະພັກກະ
ຊວງ
ປກສ
ແລະ
ຄະນະບໍລິຫານຊາວໜຸ່ມອ້ອມ
ຂ້າງສູນກາງ
ຊປປລ
ເຂົ້າຮ່ວມ.
ພັທ
ບຸນຈັນ
ອິນພົມມາ
ເລ
ຂາຄະນະບໍລິຫານງານຊາວໜຸ່ມ
ກະຊວງ
ປກສ
ກ່າວວ່າ:
ການຈັດ
ການແຂ່ງ
ຂັນຄັ້ງນີ້,
ເພື່ອຂ່ຳນັບຮັບຕ້ອນວັນຊາດທີ
2
ທັນວາ
ຄົບ
ຮອບ
45
ປີ
(2
ທັນວາ
1975-2
ທັນວາ
2020),
ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ
ຄົບຮອບ
60
ປີ
(5
ເມສາ1961-5
ເມສາ
2021),
ຊົມເຊີຍຜົນສຳເລັດ
ກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ
ຄັ້ງທີ
V
ແລະ
ທັງເປັນການສ້າງຂະບວນການ
ຂ່ຳນັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ
ປະຊາຊົນ
ປະຕິວັດລາວ
ຄັ້ງທີ
VIII
ທີ່ຈະໄຂຂຶ້ນໃນທ້າຍປີ
2020
ນີ້.
ການແຂ່ງຍິງປືນສັ້ນຊິງຂັນ
ທ່ານ
ລັດຖະມົນຕີກະຊວງປ້ອງ
ກັນຄວາມ
ປະຈຳປີ
2020,
ແຂ່ງ
ຂັນກັນຍິງປຶນ
ສັ້ນຄົນລະ
10
ລູກ
ຕໍ່ຄັ້ງ
ປະກອບມີ
5
ພາກສ່ວນ
ຄື:
ຄະນະປະຈໍາພັກ
ກະຊວງປ້ອງກັນ
ຄວາມສະຫງົບ
2
ສະ
ຫາຍ,
ຄະນະເລຂາທິການສູນກາງຊາວໜຸ່ມ
ປະຊາຊົນ
ປະຕິວັດລາວ
5
ສະຫາຍ,
ຄະນະປະຈໍາພັກກົມໃຫຍ່ການ
ເມືອງປ້ອງກັນຄວາມສະຫງົບ
2
ສະຫາຍ,
ຄະນະບໍລິຫານງານຊາວໜຸ່ມກະຊວງ,
ອົງການອ້ອມຂ້າງສູນກາງ
ຊປປລ
70
ສະຫາຍ
ແລະ
ຄະນະບໍລິຫານງານຊາວໜຸ່ມ
ກະຊວງປ້ອງກັນຄວາມສະຫງົບ
21
ສະຫາຍ
ລວມນັກກິລາທັງໝົດ
135
ສະຫາຍ.
ສຳລັບຜົນການແຂ່ງຂັນຊະນະເລີດ
ໄດ້ແກ່
ພັອ
ທອງເພັດ
ມະນີສະຫວັນ
ໄດ້
98
ຄະແນນ
ຮັບຫຼຽນຄຳ
ພ້ອມເງິນສົດ
3
ລ້ານກີບ,
ຮອງຊະນະເລີດ
ໄດ້ແກ່
ທ່ານ
ແພງໃຈ
ທຳມະວົງສາ
ໄດ້
95
ຄະແນນ
ຮັບຫຼຽນເງິນ
ພ້ອມ
ເງິນສົດ
2
ລ້ານກີບ
ແລະ
ອັນດັບ
3
ໄດ້ແກ່ທ່ານ
ແກ້ວິໄລ
ປະຖໍາວົງສາ
ໄດ້
94
ຄະແນນ
ຮັບຫຼຽນ
ທອງແດງ
ພ້ອມເງິນສົດ
1
ລ້ານກີບ
ແລະ
ອັນດັບ
4
ທ່ານ
ວົງເພັດ
ປະເສີດ
ໄດ້
94
ຄະແນນ
ຮັບຫຼຽນທອງແດງ
ພ້ອມເງິນສົດ
5
ແສນກີບ.
|