
ວັນທີ
5
ພະຈິກ
2020
ພັທ
ເຊັງ
ມອງປະດິດ
ອະດີດຮອງຫົວ
ໜ້າກອງບັນຊາການ
ປກສ
ແຂວງ
ຫຼວງນ້ຳທາ
ທີ່ໄດ້ຮັບນະໂຍບາຍ
ພັກການຮັບອຸດໜູນບຳນານ
ເມື່ອບໍ່ດົນມານີ້
ໄດ້ກ່າວມອບໜ້າທີ່ໃນຂົງເຂດຄວາມຮັບຜິດຊອບ
ໃຫ້ຄະນະກອງບັນຊາການ
ປກສ
ແຂວງ
ສືບຕໍ່ຮັບຜິດຊອບ,
ຕາງໜ້າຄະນະຮັບໂດຍ
ພົຈວ
ສົມໄຊ
ຈັນທະວົງ
ຫົວໜ້າກອງບັນຊາການ
ປກສ
ແຂວງ,
ມີຄະນະປະຈຳພັກ,
ຄະນະພັກ-ຄະນະບັນຊາການ,
ຫົວໜ້າຄະນະຫ້ອງ,
ກອງ,
ຄ້າຍ,
ປກສ
ເມືອງ
5
ເມືອງ,
ປກສ
ເຂດ,
ຕະຫຼອດຮອດພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ.
ພັທ
ເຊັງ
ມອງປະດິດ
ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບບັນດາໜ້າວຽກທີ່ຊີ້ນຳປະຕິບັດໃນຂົງ
ເຂດຮັບຜິດ
ຊອບໄລຍະຜ່ານມາໄດ້ຍົກໃຫ້ເຫັນບາງສະພາບລວມ
ແລະ
ການຈັດຕັ້ງປະຕິບັດວຽກງານພະລາທິການ,
ດ້ານດີຜົນ
ງານແຕ່ລະຂົງເຂດເປັນຕົ້ນແມ່ນການສ້າງແຜນງົບປະມານ,
ການຄຸ້ມຄອງລາຍຮັບ-ລາຍຈ່າຍດ້ານການເງິນ,
ເຄື່ອງ
ອຸປະໂພກ-ບໍລິໂພກການຜະລິດ-ທຸລະກິດ,
ວຽກງານຮັກສາ
ແລະ
ປີ່ນປົ່ວສຸ
ຂະພາບ.
ນອກນັ້ນ,
ທ່ານ
ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະກອງບັນຊາການ
ນຳພາແກ້ໄຂບາງວຽກງານທີ່ຍັງຄົງຄ້າງ
ໂດຍສະເພາະ ແມ່ນການປັບປຸງກໍ່ສ້າງດ້ານພື້ນຖານໂຄງລ່າງ,
ການຜະລິດທຸລະກິດ
ແນໃສ່ດ້ານຊີວິດການເປັນຢູ່
ຂອງ
ກົມກອງໃຫ້ດີຂຶ້ນເທື່ອລະກ້າວ.
ໂອກາດດັ່ງກ່າວ,
ພົຈວ
ສົມໄຊ
ຈັນທະວົງ
ກໍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ອະດີດຮອງ
ຫົວໜ້າກອງ
ບັນຊາການທີ່ໄດ້ປະກອບສ່ວນ,
ທຸ່ມເຫື່ອແຮງທຸກສະຕິປັນຍາເຂົ້າໃນການຊີ້ນຳ-ນຳ
ພາວຽກງານປ້ອງກັນຄວາມສະ
ຫງົບໃນໄລຍະຜ່ານມີຜົນງານອັນພົ້ນ
ເດັ່ນຫຼາຍດ້ານ,
ມີຄວາມເຕີບ
ໃຫຍ່ເຂັ້ມແຂງເປັນກ້າວໆ
ແລະ
ໄດ້ຮຽກຮ້ອງ
ໃຫ້ທ່ານຈົ່ງສືບຕໍ່ເປັນທີ່ປຶກສາໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນໃນຮາກຖານ
ແລະ
ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພໍ່-ແມ່ປະຊາຊົນ,
ໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານ.
|