
ກອງບັນຊາການ
ປກສ
ແຂວງ
ໄຊຍະບູລີ
ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ
V
ອົງຄະນະພັກກະຊວງ
ປກສ
ໃນວັນທີ
16
ຕຸລາ
2020
ເຜີຍແຜ່ໂດຍ
ສະຫາຍ
ພົຕ
ວັນທອງ
ກອງມະນີ
ຮອງເລຂາ
ຄະນະພັກກະຊວງ
ຫົວໜ້າກົມໃຫຍ່ການເມືອງ
ປກສ,
ມີຄະນະພັກຄະນະບັນຊາ,
ພະນັກງານຫຼັກແຫຼ່ງ
ຈາກບັນດາ
ຫ້ອງ,
ປກສ
ເມືອງ
ເຂົ້າຮ່ວມ.
ສະຫາຍ
ພົຕ
ວັນທອງ
ກອງມະນີ
ກ່າວວ່າ:
ກອງປະຊຸມໃຫຍ່ຜູ້ແທນ
ຄັ້ງທີ
V
ອົງຄະນະພັກກະຊວງ
ປກສ
ໄດ້ຈັດ
ຂຶ້ນໃນລະ
ຫວ່າງວັນ
ທີ
9-10
ກັນຍາ
2020
ກອງປະຊຸມໄດ້ສັງເກດຕີລາຄາຜົນ
ສໍາເລັດການຈັດຕັ້ງປະຕິບັດມະຕິ
ກອງປະຊຸມໃຫຍ່
ຄັ້ງທີ
IV
ໃນໄລຍະ
5
ປີຜ່ານມາ
ໂດຍຍົກໃຫ້ເຫັນຜົນງານໄຊຊະນະອັນພົ້ນເດັ່ນທີ່
ຍາດມາໄດ້,
ດ້ານອ່ອນຂໍ້ຄົງຄ້າງ
ແລະ
ບາງບົດຮຽນທີ່ຖອດຖອນໄດ້;
ພ້ອມທັງໃຫ້ທັດສະນະຊີ້ນໍາການຈັດຕັ້ງປະຕິບັດວຽກງານ
ແຕ່
ລະດ້ານ
ທີ່ຈະຕ້ອງໄດ້ສຸມໃສ່ໃນ
5
ປີຕໍ່ໜ້າ
ທີ່ມະຕິກອງປະຊຸມໃຫຍ່ຜູ້ແທນ
ຄັ້ງທີ
V
ອົງຄະນະພັກກະຊວງ
ປກສ
ວາງອອກໃຫ້ປະກົດຜົນເປັນຈິງ;
ເຊິ່ງຜົນສໍາເລັດການດໍາເນີນກອງປະຊຸມຄັ້ງນີ້
ສຸດທີ່ມີຄວາມໝາຍສໍາຄັນ,
ແມ່ນຂີດ
ໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກຢູ່ໃນກໍາລັງປ້ອງກັນຄວາມສະຫງົບ
ແລະ
ເຜີຍແຜ່ເຊື່ອມຊຶມ
ບົດໂອ້ລົມຂອງສະຫາຍ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມ
ໃຫຍ່ຜູ້ແທນຄັ້ງທີ
V
ອົງ
ຄະນະພັກກະຊວງປ້ອງກັນຄວາມສະຫງົບ
ເພື່ອເປັນທິດເຍືອງທາງໃຫ້ກໍາລັງປ້ອງກັນຄວາມສະຫງົບ
ນໍາໄປຈັດຕັ້ງປະ
ຕິບັດຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ.
ພ້ອມນີ້,
ທ່ານຫົວໜ້າກົມໃຫຍ່ການເມືອງ
ປກສ
ຍັງໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ,
ຈົ່ງກໍາ
ແໜ້ນ
ແລະ
ສືບຕໍ່ຄົ້ນຄວ້າເນື້ອໃນທີ່ມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ
V
ອົງຄະນະພັກກະຊວງ
ປກສ
ວາງອອກ
ແລ້ວນໍາໄປຜັນຂະຫຍາຍເປັນແຜນງານລະອຽດ,
ຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ,
ນາຍ
ແລະ
ພົນຕໍາຫຼວດໃນທົ່ວ
ກໍາລັງໃຫ້ເລິກເຊິ່ງເຖິງຖອງ
ແລະ
ທົ່ວເຖີິງ
ແລະ
ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
|