
ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບດ້ານ
ປະຈຳປີ
2020
ແລະ ວາງທິດທາງແຜນການວຽກງານຈຸດສຸມປີ
2021
ໃນວັນທີ
29
ທັນວາ
2020,
ໂດຍການ
ເປັນປະທານຂອງ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ,
ມີຄະນະພັກ-ຄະນະ
ບັນຊາ,
ຫົວໜ້າຄະນະຫ້ອງ,
ກອງ,
ຄ້າຍ,
ລປພ,
ປກສ ເມືອງ
5
ເມືອງ,
ປກສ ເຂດ
ແລະ ພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.
ພັທ ສີວອນ ອິນດາວົງ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງໄດ້ຜ່ານຮ່າງບົດສະຫຼຸບວຽກງານ
ປ້ອງກັນຄວາມສະຫງົບຮອບດ້ານປະຈຳປີ
2020
ແລະ ທິດທາງແຜນການວຽກງານຈຸດສຸມປີ
2021
ໃຫ້ຮູ້ວ່າ:
ຕະຫຼອດໄລຍະ
1
ປີຜ່ານມາ,
ຄະນະພັກ-ຄະນະກອງບັນຊາການ
ໄດ້ເອົາໃຈໃສ່ຊີ້ນຳໆພາໃນການຈັດຕັ້ງປະຕິບັດ
4
ແຜນງານໃຫຍ່
41
ໂຄງການ,
ເອົາໃຈໃສ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມ
ເປັນລະບຽບຮຽບຮ້ອຍຂອງສັງຄົມ,
1
ປີຜ່ານມາ,
ມີຄະດີເກີດຂຶ້ນທັງໝົດ
740
ເລື່ອງ,
ມີຜູ້ຖືກຫາ
321
ຄົນ ຍິງ
40
ຄົນ,
ຕ່າງປະເທດ
14
ຄົນ ຍິງ
3
ຄົນ,
ໃນນີ້,
ມີຄະດີອາຍາ
197
ເລື່ອງ,
ຜູ້ຖືກຫາ
142
ຄົນ ຍິງ
2
ຄົນ;
ຄະດີເສດຖະກິດ
13
ເລື່ອງ,
ມີຜູ້ຖືກຫາ
15
ຄົນ ຍິງ
5
ຄົນ,
ຕ່າງປະເທດ
3
ຄົນ;
ຄະດີ ຄ້າມະນຸດ
32
ເລື່ອງ,
ຜູ້ຖືກຫາ
59
ຄົນ ຍິງ
20
ຄົນ,
ຕ່າງປະເທດ
4
ຄົນ;
ຄະດີຢາເສບຕິດ
188
ເລື່ອງ,
ຜູ້ຖືກຫາ
105
ຄົນ ຍິງ
13
ຄົນ,
ຕ່າງປະເທດ
7
ຄົນ ຍິງ
3
ຄົນ,
ຄະດີອຸບັດຕິເຫດ
310
ເລື່ອງ,
ອັກຄີໄພເກີດຂຶ້ນ
12
ຄັ້ງ,
ສ້າງຜົນເສຍ
ຫາຍທັງໝົດປະມານ
5.407.820.000
ກີບ.
ໃນກອງປະຊຸມ,
ພົຈວ ສົມໄຊ ຈັນທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້,
ພ້ອມໃຫ້ທິດຊີ້ນຳ
ໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນຕ້ອງນຳເອົາແຜນການຂອງກອງປະຊຸມໄປຄົ້ນຄວ້າ,
ຈັດຕັ້ງເຜີຍແຜ່ເຊື່ອມຊຶມ
ໃຫ້ພະນັກງານ-ນັກຮົບຂອງຕົນ
ແລະ ສ້າງແຜນການປະຕິບັດງານ,
ວາງແຜນສູ້ຊົນຂອງຕົນໃຫ້ລະອຽດ,
ເປັນເຈົ້າ
ການໃນການລົງຊີ້ນຳຕົວຈິງ
ໃນແຕ່ລະວຽກງານໃຫ້ແທດເໝາະ,
ກວດກາຢ່າງເປັນປະຈຳ,
ສະຫຼຸບຖອດຖອນບົດ
ຮຽນເປັນແຕ່ລະໄລຍະ ແລະ ອຳນວຍຄວາມສະດວກດ້ານຕ່າງໆ
ໃນການຈັດຕັ້ງປະຕິບັດ.
|