
ວິທະຍາຄານສັນ
ຕິບານປະ
ຊາຊົນ
(ວສປ)
ກະຊວງ
ປກສ
ໄດ້ເປີດຊຸດຮຽນໃຫ້ນັກສຶກສາລະບົບປະລິນຍາໂທ
ຮຸ່ນທີ
12,
ລະດັບ
ປະລິນຍາຕີ
ລະບົບກໍ່ສ້າງ
ຮຸ່ນທີ
25
ແລະ
ລະບົບຕໍ່ເນື່ອງປະລິນຍາ
ຕີ
ຮຸ່ນທີ
18
ໃນວັນທີ
9
ຕຸລາ
2020
ເຂົ້າຮ່ວມໂດຍ
ພົຕ
ວັນທອງ
ກອງມະນີ
ຫົວໜ້າກົມໃຫຍ່ການເມືອງ
ປກສ,
ມີບັນດາຄະນະອໍານວຍ
ການ,
ພະນັກງານ,
ຄູ-ອາ
ຈານ,
ແຂກຮັບເຊີນ
ແລະ
ນັກສຶກສາ
ເຂົ້າຮ່ວມ.
ພົຈວ
ປອ
ວັນສົມ
ສີສົມບັດ
ຫົວໜ້າອໍານວຍການ
ວສປ
ກ່າວ
ວ່າ:
ລະບົບປະລິນຍາໂທ
ຮຸ່ນທີ
12
ມີນັກສຶກສາທັງໝົດ
ຈໍານວນ
24
ສະຫາຍ
ຍິງ
1
ສະຫາຍ,
ໃນນີ້,
ຊັ້ນ
ພັນໂທ
10
ສະຫາຍ,
ພັນຕີ
9
ສະຫາຍ,
ຮ້ອຍເອກ
4
ສະຫາຍ
ຍິງ
1
ສະຫາຍ,
ຮ້ອຍໂທ
1
ສະຫາຍ,
ກໍານົດເວລາສຶກສາຮໍ່າຮຽນ
2
ປີ,
ປະກອບມີ
4
ພາກຮຽນ,
ລວມເວລາຮຽນທັງໝົດ
64
ໜ່ວຍກິດ.
ລະດັບປະລິນຍາຕີ
ລະບົບກໍ່
ສ້າງ
ຮຸ່ນທີ
25
ມີນັກສຶກສາທັງໝົດ
ຈໍານວນ
204
ສະຫາຍ
ຍິງ
31
ສະຫາຍ,
ໃນນີ້,
ຊັ້ນ
ຮ້ອຍເອກ
1
ສະຫາຍ,
ຮ້ອຍໂທ
8
ສະຫາຍ,
ຮ້ອຍຕີ
11
ສະຫາຍ,
ວາທີ
41
ສະຫາຍ
ຍິງ
4
ສະຫາຍ,
ສິບເອກ
65
ສະຫາຍ
ຍິງ
13
ສະຫາຍ,
ສິບໂທ
72
ສະຫາຍ
ຍິງ
14
ສະ
ຫາຍ,
ສິບຕີ
6
ສະຫາຍ,
ກໍານົດ
ເວລາການສຶກສາແມ່ນ
4
ປີ,
ປະ
ກອບມີ
5
ຂະແໜງການຮຽນຄື:
ຂະແໜງຕ້ານນັກສືບ,
ຂະແໜງ
ຕ້ານປະຕິການ,
ຂະແໜງສືບສວນ-ສອບສວນ,
ຂະແໜງປ້ອງກັນພາຍໃນ
ແລະ
ຂະແໜງຄຸ້ມຄອງລັດກ່ຽວກັບຄວາມສະຫງົບຂອງ
ຊາດ,
ລວມມີ
201
ໜ່ວຍກິດ,
ປະກອບ
ມີ
8
ພາກຮຽນ,
4
ໝວດວິຊາຄື:
ໝວດຄວາມຮູ້ທົ່ວໄປ,
ໝວດ
ຄວາມຮູ້ພື້ນຖານ,
ໝວດວິຊາສະເພາະລົງເລິກຂະແໜງການ
ແລະ
ໝວດວິຊາເລືອກ.
ລະບົບຕໍ່ເນື່ອງປະລິນຍາຕີ
ຮຸ່ນທີ
18
ມີນັກສຶກສາທັງໝົດ
150
ສະຫາຍ
ຍິງ
13
ສະຫາຍ,
ໃນນີ້,
ຊັ້ນ
ພັນໂທ
3
ສະຫາຍ
ຍິງ
1
ສະຫາຍ,
ພັນຕີ
11
ສະຫາຍ,
ຮ້ອຍເອກ
35
ສະຫາຍ
ຍິງ
1
ສະ
ຫາຍ,
ຮ້ອຍໂທ
48
ສະຫາຍ
ຍິງ
3
ສະຫາຍ,
ຮ້ອຍຕີ
53
ສະຫາຍ
ຍິງ
8
ສະຫາຍ,
ປະກອບມີ
5
ຂະແໜງການຮຽນຄື:
ຂະແໜງຕ້ານນັກສືບ,
ຂະແໜງຕ້ານປະຕິການ,
ຂະແໜງສືບສວນ-ສອບສວນ,
ຂະແໜງປ້ອງກັນພາຍໃນ
ແລະ
ຂະແໜງຄຸ້ມຄອງລັດກ່ຽວ
ກັບ
ຄວາມສະຫງົບຂອງຊາດ,
ກໍານົດເວ
ລາຂອງການສຶກສາຮໍ່າຮຽນແມ່ນ
2
ປີ,
ມີ
212
ໜ່ວຍກິດ,
ປະກອບມີ
4
ພາກຮຽນ,
4
ໝວດຄື:
ໝວດ
ວິຊາເລືອກ,
ໝວດວິຊາຄວາມຮູ້ທົ່ວໄປ,
ໝວດວິຊາບັງຄັບ
ແລະ
ໝວດວິຊາສະ
ເພາະລົງເລິກຂະແໜງການ.
ການເປີດຊຸດຮຽນໃນຄັ້ງນີ້,
ແມ່ນປະຕິບັດຕາມແຜນການກໍ່ສ້າງ
ກໍາລັງປ້ອງກັນຄວາມສະຫງົບ
ປະຈໍາສົກຮຽນ
2020-2021
ຂອງ
ວສປ
ເພື່ອຮັບປະກັນໃຫ້ແກ່ການ
ພັດທະນາກໍາລັງປ້ອງກັນຄວາມສະຫງົບ
ເວົ້າລວມ,
ເວົ້າສະ
ເພາະແມ່ນການກໍ່ສ້າງກໍາລັງໃຫ້ໄປຕາມ
ທິດການປະຕິຮູບການສຶກສາແຫ່ງຊາດນັ້ນ,
ໃນການຈັດຕັ້ງປະຕິບັດ
ໂຄງ
ການຫຼັກສູດທີ່ໄດ້ກໍານົດໄວ້
ຂອງການຮຽນ-ການສອນຖືເອົານັກສຶກສາເປັນໃຈກາງໂດຍຕິດພັນກັບການຫັນເອົາ
3
ລັກສະນະ,
5
ຫຼັກມູນການສຶກສາ
ໄປຄຽງຄູ່ກັນນັ້ນກໍຖືເອົາກໍາລັງນັກສຶກສາເປັນ
ກໍາລັງແຮສໍາຮອງໃຫ້ແກ່ກະຊວງ
ປກສ
ແລະ
ເປັນກໍາລັງແຮຊ່ວຍພໍ່-ແມ່
ປະຊາຊົນໃນເວລາມີຄວາມຈໍາເປັນ,
ຢາກເຮັດໄດ້ແນວນັ້ນມັນ
ຮຽກຮ້ອງ
ໃຫ້ຄະນະພັກ,
ຄະນະ
ອໍານວຍການວິທະຍາຄານ,
ຄູ-ອາຈານ,
ພະນັກງານ
ແລະ
ນັກສຶກສາ
ທຸກຄົນຕ້ອງໄດ້ເຊື່ອມຊຶມ
ແລະ
ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງ
ເຮັດສໍາເລັດໜ້າ
ທີ່ການເມືອງທີ່ພັກ-ລັດ
ແລະ
ປະຊາຊົນ
ມອບໝາຍໃຫ້.
|