3 ພາກສ່ວນ ອວຍພອນລັດຖະມົນຕີວ່າການກະຊວງ ປກສ


ວັນທີ
28
ທັນວານີ້,
ກົມໂຄສະນາອົບຮົມ
ກົມໃຫຍ່ການ
ເມືອງ
ກະຊວງ
ປກສ,
ບໍລິສັດ
ETL
ມະຫາຊົນ
ແລະ
ບໍລິສັດ
ຮົວເວ
ເຕັກໂນໂລຊີລາວ
ຈໍາກັດ
ຜູ້ດຽວ
ໄດ້ນໍາເອົາກະຕ່າດອກໄມ້
ແລະ
ກະຕ່າຂອງຂວັນເຂົ້າອວຍພອນ
ພົຕ
ສົມແກ້ວ
ສີລາວົງ
ລັດຖະມົນຕີວ່າການ
ກະຊວງ
ປກສ
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ
ຄສ
2015
ແລະ
ຕ້ອນຮັບປີໃໝ່
ຄສ
2016
ທີ່ຈະມາເຖິງນີ້.
ນຳພາແຕ່ລະຄະນະເຂົ້າມາອວຍພອນ
ໃນຄັ້ງນີ້ມີ:
ພັອ
ບຸນຖະໜອມ
ສັກກະເສີມສຸກ
ຫົວໜ້າກົມໂຄສະນາອົບຮົມ
,
ທ່ານ
ທອງສີ
ວິໄລວົງ
ຜູ້ອໍານວຍການ
ບໍລິສັດ
ETL
ແລະ
ທ່ານ
ຊ່າງ
ຕົ່ງຢ່າ
ອໍານວຍການ
ບໍລິສັດ
ຮົວເວ;
ໂອກາດ
ດຽວກັນນີ້,
ທັງ
3
ພາກສ່ວນໄດ້ອວຍພອນໃຫ້ທ່ານ
ລັດຖະມົນຕີວ່າການ
ກະຊວງ
ປກສ
ຈົ່ງມີສຸຂະພາບເຂັ້ມແຂງ,
ມີອາຍຸ
ໝັ້ນຍືນ,
ເປັນເສົາຄໍ້າອັນແຂງແກ່ນ
ໃຫ້ກໍາລັງປ້ອງກັນຄວາມສະຫງົບ
ໃນຂອບເຂດທົ່ວປະເທດ.
ພ້ອມດຽວກັນນີ້,
ທ່ານລັດຖະມົນຕີວ່າການກະຊວງ
ປກສ
ຍັງໄດ້ສະແດງຄວາມຂອບອົກຂອບໃຈ
ແລະ
ອວຍພອນໄຊ
ອັນປະເສີດໃຫ້ທັງ
3
ຄະນະທີ່ເຂົ້າອວຍພອນ
ຈົ່ງມີສຸຂະພາບແຂງແຮງ
ແລະ
ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳ
ເລັດ;
ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາກົມໂຄສະນາອົບຮົມ
ກົມໃຫຍ່ການເມືອງ
ປກສ
ຈົ່ງເອົາໃຈໃສ່ສຶກສາ
ອົບຮົມການເມືອງ-ແນວຄິດ
ແລະ
ຍົກລະດັບຄວາມຮູ້-ຄວາມສາມາດໃນທຸກໆດ້ານໃຫ້ພະນັກງານ-ນັກຮົບພາຍໃນກົມ-ກອງ
ໃຫ້ເປັນປົກກະຕິ
ເພື່ອສ້າງໃຫ້ເຂົາເຈົ້າມີຄວາມໜັກແໜ້ນເຂັ້ມແຂງ,
ມີຄຸນນະພາບດີ
ແລະ
ມີຄວາມເຕີບໃຫຍ່ຂະ
ຫຍາຍຕົວຂຶ້ນໄປເລື້ອຍໆ;
ທີ່ສໍາຄັນຕ້ອງເອົາໃຈໃສ່
ໃນການສືບຕໍ່ກໍ່ສ້າງພະນັກງານ-ນັກຮົບໃນແຕ່ລະຂັ້ນໃຫ້ມີຄວາມຊໍາ
ນິຊໍານານ ໃນການປະຕິບັດວຽກງານວິຊາສະເພາະໃນແຕ່ລະດ້ານ
ແລະ
ພ້ອມກັນສະກັດກັ້ນ
ແລະ
ແກ້ໄຂປະກົດການຫຍໍ້ທໍ້
ຕ່າງໆ
ທີ່ເກີດຂຶ້ນຢູ່ໃນສັງຄົມ ໃນປັດຈຸບັນ
ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ
ຕາມຄາດໝາຍຂອງ
ກະຊວງ
ປກສ
ວາງໄວ້.