2 ວິທະຍາຄານ ສໍາເລັດການສ້າງບຸກຄະລາກອນ ປກສ ປະລິນຍາໂທ
ແລະ ປະລິນຍາຕີ 400 ກວ່າສະຫາຍ


ວິທະຍາຄານຕໍາຫຼວດປະຊາຊົນ
(
ວຕປ
)
ແລະ
ວິທະຍາຄານປ້ອງກັນ
ຄວາມສະຫງົບ
ແຫ່ງຊາດ(
ວປສ
)
ກະຊວງ
ປກສ
ໄດ້ສໍາເລັດການສ້າງບຸກຄະລາກອນ
ມາຮັບໃຊ້ວຽກງານວິຊາສະເພາະ
401
ສະຫາຍ
ໃນລະດັບ
ປະລິນຍາໂທຈໍານວນ
28
ສະຫາຍ,
ຍິງ
1
ສະຫາຍແລະປະລິນຍາຕີ
381
ສະຫາຍ,
ຍິງ
30
ສະຫາຍ
ແລະ
ໄດ້ຮັບໃບປະກາສະນີຍະບັດດ້ວຍຄວາມພາກພູມໃຈ;
ພ້ອມທັງກຽມນໍາເອົາຄວາມຮູ້-ຄວາມສາມາດທີ່ໄດ້
ຮຽນມາ
ໄປມູນໃຊ້ເຂົ້າໃນວຽກງານຢູ່ກົມກອງທ້ອງຖິ່ນຂອງຕົນໃຫ້ມີຜົນສຳເລັດ.
ພິທີມອບໃບປະກາສະນີຍະບັດຄັ້ງນີ້,
ໄດ້ຈັດຂຶ້ນໃນວັນ
10
ມີນາ
2015,
ໃຫ້ກຽດມອບໃຫ້ນັກສຶກສາ
ວປສ
ແຫ່ງຊາດ
ໂດຍ
ພົຈວ
ສິນທະວົງ
ໄຊຍະກອນ
ລັດຖະມົນຕີຊ່ວຍວ່າ
ການກະຊວງ
ປກສ
ແລະ
ພົຈວ
ກົງທອງ
ພົງວິຈິດ
ລັດຖະມົນຕີຊ່ວຍວ່າການ
ກະຊວງ
ປກສ,
ມີບັນດາຄະນະພັກ-ຄະນະບັນຊາອ້ອມຂ້າງກົມໃຫຍ່
ການ
ເມືອງ,
ຄູ-
ອາຈານ,
ແຂກທີ່ເຊີນ,
ພະນັກງານແລະນັກສຶກສາເຂົ້າຮ່ວມ.
ໃນນີ້,
ໂຄງການຫຼັກສູດການຮຽນ-ການສອນຂອງ
ວຕປ
ມີ
2
ລະບົບຄື:
ໂຄງການຫຼັກສູດການຮຽນ-ການສອນລະບົບ
ປະລິນຍາໂທ
ຮຸ່ນທີ
5
ໄດ້ເປີດຮຽນມາແຕ່ວັນທີ
18
ກັນຍາ
2012;
ເຊິ່ງແມ່ນພະນັກງານ
ຂັ້ນຊີ້ນໍາ-ບັນຊາມາຈາກບັນດາກົມ
ກອງທ້ອງຖິ່ນໃນທົ່ວປະເທດມີຈໍານວນພົນທັງໝົດ
28
ສະຫາຍ,
ຍິງ
1
ສະຫາຍ;
ເຊິ່ງການຮຽນ-ການສອນແມ່ນໃຊ້ເວລາຮຽນ2
ປີ,
ມີ
95
ໜ່ວຍກິດ,
ປະກອບມີ
4
ພາກຮຽນ,
ຜ່ານການປ້ອງກັນບົດຈົບຊັ້ນສາມາດຍາດໄດ້ຄະແນນດີເລີດ
100%
ແລະລະບົບກໍ່ສ້າງປະລິນຍາຕີຮຸ່ນທີ
15
ແມ່ນໄດ້ເປີດຮຽນມາແຕ່ວັນທີ
8
ສິງຫາ
2011;
ເຊິ່ງມີຈໍານວນພົນທັງໝົດ
140
ສະຫາຍ,
ຍິງ
12
ສະຫາຍ,
ການຮຽນ-ການສອນແມ່ນໃຊ້ເວລາ5
ປີ,
ມີ
132
ໜ່ວຍກິດ;
ຜ່ານການປ້ອງກັນບົດໂຄງການຈົບຊັ້ນ
ແລະ
ບົດວິຊາການສາມາດຍາດໄດ້ຄະແນນສົມບູນ
100%.
ສໍາລັບໂຄງການຫຼັກສູດການຮຽນ-ການສອນຂອງ
ວປສ
ແຫ່ງຊາດມີ
2
ລະບົບຄື:
ລະບົບກໍ່ສ້າງ
ປະລິນຍາຕີ
ຮຸ່ນທີ
15/5
ແມ່ນໄດ້ເປີດຮຽນໃນວັນທີ
29
ສິງຫາ
2011;
ເຊິ່ງໃຊ້ເວລາສຶກສາຮໍ່າຮຽນເປັນເວລາ
5
ປີ,
ມີນັກ
ສຶກສາທັງໝົດ
142
ສະຫາຍ,
ຍິງ
10
ສະຫາຍ,
ມີ
62
ວິຊາ,
ມີ
2.400
ຊົ່ວໂມງ,
ເທົ່າກັບ
64
ໜ່ວຍກິດ,
ປະກອບມີ
3
ໄລຍະແລະຜ່ານການປ້ອງກັນບົດວິທະຍານິພົນ
ແລະ
ສອບເສັງຈົບຊັ້ນແມ່ນໄດ້
ຄະແນນສົມບູນ
ຕາມລະດັບຄາດໝາຍ
ແລະລະບົບຕໍ່ເນື່ອງປະລິນຍາຕີຮຸ່ນທີ
10/ 3
ແມ່ນ
ໄດ້ເປີດຮຽນ
ແຕ່
ວັນທີ
4
ມີນາ
2012;
ເຊິ່ງໃຊ້ເວລາສຶກສາຮໍ່າຮຽນເປັນເວລາ
3
ປີແມ່ນພະນັກງານທີ່ຮຽນຈົບ
ວິຊາ
ສະເພາະ
ປກສ
ຊັ້ນກາງມີຈໍານວນທັງໝົດ
99
ສະຫາຍ,
ຍິງ
8
ສະຫາຍ,
ມີ
25
ວິຊາ,
ເທົ່າກັບ
77
ໜ່ວຍ
ກິດ,
ປະກອບມີ
6
ພາກຮຽນແລະ
3
ໄລຍະ,
ຜ່ານການປ້ອງກັນບົດວິທະຍານິພົນ
ແລະ
ສອບເສັງຈົບຊັ້ນ
ແມ່ນ
ໄດ້ຄະແນນສົມບູນ
100%.
ໃນໂອກາດທີ່
ທ່ານລັດຖະມົນຕີຊ່ວຍ
ທັງສອງທ່ານໃຫ້ກຽດເຂົ້າຮ່ວມພິທີ
ດັ່ງກ່າວ,
ທ່ານຍັງໄດ້ໃຫ້ກຽດໂອ້ລົມ;
ເຊິ່ງກ່ອນອື່ນໝົດທ່ານກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ
ຂອງບັນດານັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດ
ໃນຄັ້ງນີ້ຢ່າງສຸດໃຈ;
ພ້ອມທັງເນັ້ນວ່າ:
ຄວາມຮູ້ທີ່ບັນດາສະຫາຍທີ່ໄດ້ສຶກສາຮ່ຳຮຽນຜ່ານມາ
ນີ້ເປັນພຽງ
ຄວາມຮູ້ເບື້ອງຕົ້ນທາງດ້ານທິດສະດີເທົ່ານັ້ນ.
ດັ່ງນັ້ນ,
ຈົ່ງນຳເອົາວິຊາຄວາມຮູ້ໄປໝູນໃຊ້ເຂົ້າໃນ
ການປະຕິບັດ
ວຽກງານຕົວຈິງແລະປັບປຸງວຽກງານວິຊາສະເພາະ
ໃຫ້ມີການຫັນປ່ຽນໃໝ່ໄປ
ສູ່ແບບແຜນວິທີເຮັດວຽກທີ່ສອດ
ຄ່ອງ
ແລະ
ອຸດົມສົມບູນກວ່າເກົ່າ;
ເມື່ອກັບໄປຮອດກົມ-ກອງຈະຕ້ອງໄດ້ແບກຫາບໜ້າທີ່ວຽກງານ
ແລະ
ເປັນ
ແບບຢ່າງໃຫ້ແກ່ພະນັກງານ-ນັກຮົບຢູ່ໃນກົມ-ກອງ,
ມີຄວາມຮັກແພງປະຊາຊົນດ້ວຍຄວາມຈິງໃຈ
ແລະ
ເມື່ອ
ມີໂອກາດກໍກັບຄືນມາສືບຕໍ່ສຶກສາຮ່ຳຮຽນຂັ້ນສູງຂຶ້ນເລື້ອຍໆເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ
ວິຊາ
ສະເພາະມີຄຸນນະພາບສູງແລະເທົ່າທຽມກັບພາກພື້ນແລະສາກົນເທື່ອລະກ້າວ.
|