ຜົນງານການກໍ່ສ້າງກຳລັງ ປກສ ໃຫ້ມີຄວາມຮູ້-ຄວາມສາມາດ

ຕະຫຼອດໄລຍະຜ່ານມາ,
ຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ
ປກສ
ໄດ້ເອົາໃຈໃສ່ໃນການກໍ່ສ້າງ
ກຳລັງປ້ອງກັນຄວາມສະຫງົບ
ໃຫ້ມີຈຳນວນເພີ່ມຂຶ້ນທັງດ້ານປະລິມານ
ແລະ
ຄຸນນະພາບກາຍເປັນກຳລັງ
ທີ່ມີຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະນຳມາໝູນໃຊ້
ເຂົ້າໃນການປະຕິບັດໜ້າທີ່
ໃຫ້ມີຜົນສຳເລັດ
ຂຶ້ນກວ່າເກົ່າ.
ພົຈວ
ອາລູ
ວາລີຊື
ຄະນະພັກກະຊວງຫົວໜ້າກົມໃຫຍ່ການເມືອງ
ປກສ
ກ່າວໃຫ້ສຳພາດໃນວັນທີ
2
ເມສາ
ນີ້ວ່າ:
ນັບແຕ່ກຳລັງປ້ອງກັນຄວາມສະຫງົບໄດ້ກຳເນີດເກີດຂຶ້ນມາໃນປີ
1961
ການນຳກະຊວງ
ປກສ
ເວົ້າລວມ,
ເວົ້າສະເພາະຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ
ປກສ
ໄດ້ມີຄວາມເອົາໃຈໃສ່
ໃນການກໍ່ສ້າງພະນັກງານ-ນັກຮົບທົ່ວກຳລັງ
ປກສ
ໃຫ້ກາຍເປັນກຳລັງທີ່ມີຄວາມຮູ້-
ຄວາມສາມາດນັບມື້
ນັບສູງຂຶ້ນໂດຍການຈັດຕັ້ງສົ່ງພະນັກງານ-ນັກຮົບໄປຄົ້ນຄວ້າຮໍ່າຮຽນລະບົບຕ່າງໆ
ທັງພາຍໃນຈຳນວນຫຼາຍ
ພັນສະຫາຍສະແດງອອກ:
ລະບົບຊັ້ນຕົ້ນມີນັກຮຽນ
9.030
ສະຫາຍ,
ຍິງ
1.120
ສະຫາຍ;
ຊັ້ນກາງ
5.344
ສະຫາຍ,
ຍິງ
428
ສະຫາຍ;
ປະລິນຍາຕີ
3.048
ສະຫາຍ,
ຍິງ
193
ສະຫາຍ;
ເຊື່ອມຕໍ່ປະລິນຍາຕີ
614
ສະຫາຍ,
ຍິງ
9
ສະຫາຍ;
ປະລິນຍາໂທ
182
ສະຫາຍ,
ຍິງ
8
ສະຫາຍ;
ປະລິນຍາໂທ
ທິດສະດີ
ການເມືອງ
35
ສະຫາຍ,
ຊັ້ນສູງ
300
ກວ່າສະຫາຍ;
ສົ່ງພະນັກງານ-ນັກຮົບໄປກໍ່ສ້າງວິຊາ
ສະເພາະ
ຢູ່ຕ່າງປະເທດໄດ້ທັງໝົດ
1.524
ສະຫາຍ,
ໃນນີ້ມີ:
ປະລິນຍາຕີ
1.337
ສະຫາຍ,
ຍິງ
33
ສະຫາຍ;
ປະລິນຍາໂທ
137
ສະຫາຍ,
ປະລິນຍາເອກ
50
ສະຫາຍ;
ທິດສະດີການເມືອງ
28
ສະຫາຍ,
ປະລິນ
ຍາໂທ
23
ສະຫາຍ,
ປະລິນຍາເອກ
5
ສະຫາຍ.
ນອກນັ້ນ,
ຍັງເອົາໃຈໃສ່ໃນການປັບປຸງ-ກໍ່ສ້າງສະຖາບັນ
ການສຶກສາຂອງກຳລັງປກສ.
ປັດຈຸບັນ,
ກະຊວງປກສມີສະຖາບັນສິດສອນທັງໝົດ
17
ແຫ່ງຄື:
ໂຮງຮຽນ
ປກສ
ຊັ້ນຕົ້ນ
9
ແຫ່ງ,
ໂຮງຮຽນປກສຊັ້ນກາງ
4
ແຫ່ງ
(
ກຳລັງດຳເນີນການກໍ່ສ້າງ
1
ແຫ່ງ
),
ວິທະຍາ
ຄານ
2
ແຫ່ງ,
ໂຮງຮຽນທິດສະດີການເມືອງຊັ້ນສູງປກສ
1
ແຫ່ງ,
ໂຮງຮຽນສາມັນ
ສຶກສາ
1
ແຫ່ງ.
ໃນຕໍ່ໜ້ານີ້,
ຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ
ປກສ
ຈະເອົາໃຈໃສ່ໃນການກໍ່ສ້າງກຳລັງ
ໃຫ້ມີຄຸນນະພາບສູງຂຶ້ນ
ພ້ອມທັງຮັບປະກັນໃຫ້ໄດ້ປະລິມານ
ແລະ
ຄຸນນະພາບໂດຍສຸມໃສ່ຈັດຕັ້ງປະຕິບັດ
ແຜນບຳລຸງ
-ກໍ່ສ້າງຍົກລະດັບວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບທົ່ວກຳລັງ
ປກສ
ຕາມໂຄງການ
ຫຼັກສູດ
ການຮຽນ-ການສອນໃນແຕ່ລະໄລຍະທີ່ວາງໄວ້ໃຫ້ມີຜົນສຳເລັດ.
ໃນໂອກາດຊົມເຊີຍວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ
ຄົບຮອບ
54
ປີ
( 5/ 4/1961-5/4/2015 ),
ພົຈວ
ອາລູ
ວາລີຊື
ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທົ່ວ
ກົມໃຫຍ່ການເມືອງປກສອວຍພອນໃຫ້ການນຳພັກ-ລັດແລະກະຊວງປກສຈົ່ງມີສຸຂະພາບ
ແຂງ
ແຮງ,
ສືບຕໍ່
ຊີ້ນຳ-ນຳພາໃຫ້ທົ່ວກຳລັງ
ປກສ
ເຕີບໃຫຍ່ຂຶ້ນເລື້ອຍໆ.
|